ບົດຄວາມດີເດັ່ນ

ປະເທດລາວ ຫຼື ຊື່ຢ່າງເປັນທາງການຄື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ຫຍໍ້ວ່າ: ສ.ປ.ປ.ລາວ) ແມ່ນປະເທດດຽວທີ່ບໍ່ມີຊາຍແດນອອກສູ່ທະເລຢູ່ໃນອາຊີຕາເວັນອອກສຽງໃຕ້ ມີເນື້ອທີ່ທັງໝົດ 236,800 ຕາລາງກິໂລແມັດ ໂດຍທາງພາກເໜືອມີຊາຍແດນຕິດກັບປະເທດຈີນ ທິດໃຕ້ຕິດກັບປະເທດກຳປູເຈຍ ທິດຕາເວັນອອກຕິດກັບປະເທດຫວຽດນາມ ທິດຕາເວັນຕົກຕິດກັບປະເທດໄທ ແລະ ທິດຕາເວັນຕົກສຽງເໜືອຕິດກັບປະເທດມຽນມາ (ອ່ານຕື່ມ...)